☝🏻ກວດກ່ອນແກ້ ເພື່ອປ້ອງກັນການຕົວະຍົວະ ຫຼອກລວງ

✅E Slip ແທ້ ຫຼື ປອມ ກວດສອບໄດ້ດ້ວຍ ແອັບ BCEL OneProof

✅ຕົວຊ່ວຍດີໆ ທີ່ຈະເຮັດໃຫ້ການບໍລິຫານຈັດການດ້ານການເງິນຂອງທ່ານງ່າຍຂຶ້ນ

ດາວໂຫຼດ ແອັບ #BCELOneProof ໄດ້ທີ່ App Store ຫຼື Google Play ດ້ວຍວິທີ ແລະ ຂັ້ນຕອນງ່າຍໆ ບໍ່ຕ້ອງລົງທະບຽນນໍາໃຊ້ ດ້ວຍວິທີ ແລະ ຂັ້ນຕອນດັ່ງນີ້:

 

ວິທີກວດສອບ E Slip (ທີ່ຊໍາລະສິນຄ້າຜ່ານ OnePay)
1. ເປີດແອັບ OneProof ແລ້ວກົດໄປທີ່ປຸ່ມສະແກນ
2. ສະແກນ E Slip QR Code ທີ່ຢູ່ເທິງນ້າຕ່າງໂອນເງິນ ຫຼື ຊໍາລະເງິນສໍາເລັດ

3. ກວດເບິ່ງຈໍານວນເງິນຊໍາລະ, ວັນ ແລະ ເວລາ, ຖ້າຂໍ້ມູນຕົງກັບຄວາມຈິງທີ່ໄດ້ຊໍາລະ ແມ່ນ E Slip ຖືກຕ້ອງ
- ຖ້າຫາກລະບົບສະແດງໜ້າຕ່າງ (QR Code ບໍ່ຖືກຕ້ອງ) ແມ່ນ E Slip ບໍ່ຖືກຕ້ອງ ຫຼື ມີການປອມແປງ

ວິທີເບີ່ງລາຍງານ:
1. ກົດໄປທີ່ໄອຄອນ ສາມຂີດສີຂາວ (ຢູ່ດ້ານເທິງຊ້າຍມື)
2.​ ເລືອກລາຍງານ

3. ສາມາດເລືອກລາຍງານຊ່ວງເວລາ ການໂອນ ຫຼື ການຈ່າຍເງິນໄດ້ ໂດຍກົົດທີ່ໄອຄ້ອນປະຕິທິນ
4. ເລືອກຊ່ວງເວລາທີ່ຕ້ອງການລາຍງານ ແລ້ວກົດຄົ້ນຫາ